ຍິນດີຕ້ອນຮັບ!
ແບ່ງປັນ ແລະ ສົນທະນາກ່ຽວກັບເນື້ອຫາທີ່ດີທີ່ສຸດ ລວມທັງແນວຄິດການຕະຫຼາດໃໝ່ໆ, ສ້າງໂປຣໄຟລ໌ມືອາຊີບ ແລະ ພັດທະນາການເປັນນັກການຕະຫຼາດທີ່ດີຂຶ້ນໄປພ້ອມກັນ.
ຊຸມຊົນນີ້ແມ່ນສຳລັບຜູ້ໃຊ້ລະດັບມືອາຊີບ, ຜູ້ທີ່ສົນໃຈ, ຄູ່ຮ່ວມງານ ແລະ ນັກຂຽນໂປຣແກຣມ. ທ່ານສາມາດຖາມກ່ຽວກັບ:
- ວິທີຕິດຕັ້ງ Odoo ໃນລະບົບໂຄງຮ່າງພື້ນຖານສະເພາະ,
- ວິທີການກຳນົດຄ່າ ຫຼື ປັບແຕ່ງ Odoo ໃຫ້ເໝາະກັບຄວາມຕ້ອງການສະເພາະຂອງທຸລະກິດ,
- ວິທີທີ່ດີທີ່ສຸດໃນການນຳໃຊ້ Odoo ສຳລັບຄວາມຕ້ອງການສະເພາະຂອງທຸລະກິດແມ່ນຫຍັງ,
- ວິທີພັດທະນາໂມດູນສຳລັບຄວາມຕ້ອງການຂອງທ່ານເອງ,
- ຄຳຖາມສະເພາະກ່ຽວກັບຂໍ້ສະເໜີການບໍລິການຂອງ Odoo ແລະ ອື່ນໆ.
ກ່ອນຈະຖາມ - ກະລຸນາກວດສອບໃຫ້ແນ່ໃຈໂດຍການຄົ້ນຫາຄຳຖາມທີ່ຄ້າຍຄືກັນ. ທ່ານສາມາດຄົ້ນຫາຄຳຖາມຕາມຫົວຂໍ້ ຫຼື ແທັກ. ນອກຈາກນີ້ທ່ານຍັງສາມາດຕອບຄຳຖາມຂອງຕົນເອງໄດ້ເຊັ່ນກັນ.
ກະລຸນາຫຼີກລ່ຽງການຕັ້ງຄຳຖາມທີ່ເປັນຄວາມຄິດເຫັນສ່ວນຕົວເກີນໄປ, ກໍ່ໃຫ້ເກີດການໂຕ້ຖຽງ ຫຼື ບໍ່ກ່ຽວຂ້ອງກັບຊຸມຊົນນີ້.
ທ່ານຄວນຖາມສະເພາະຄຳຖາມທີ່ນຳໃຊ້ໄດ້ຕົວຈິງ ແລະ ສາມາດຕອບໄດ້ ໂດຍອີງຕາມບັນຫາຕົວຈິງທີ່ທ່ານພົບພໍ້. ຄຳຖາມແບບຊວນຄຸຍຫຼິ້ນ ຫຼື ຄຳຖາມປາຍເປີດຈະຫຼຸດປະໂຫຍດຂອງເວັບໄຊນີ້ ແລະ ດັນໃຫ້ຄຳຖາມອື່ນໆຕົກຈາກໜ້າຫຼັກ.
ເພື່ອປ້ອງກັນບໍ່ໃຫ້ຄຳຖາມຂອງທ່ານຖືກລາຍງານ ແລະ ອາດຖືກລຶບອອກ, ຄວນຫຼີກລ່ຽງການຕັ້ງຄຳຖາມແບບເນັ້ນຄວາມເຫັນສ່ວນຕົວ ທີ່…
- ທຸກຄຳຕອບມີນ້ຳໜັກເທົ່າກັນ: “ອັນໃດທີ່ເຈົ້າມັກທີ່ສຸດ ______?”
- ຄຳຕອບຂອງທ່ານຖືກໃສ່ໄວ້ພ້ອມກັບຄຳຖາມ ແລະ ທ່ານຄາດຫວັງຄຳຕອບເພີ່ມເຕີມ: “ຂ້ອຍໃຊ້ ______ ສຳລັບ ______, ແລ້ວທ່ານເດ ໃຊ້ອັນໃດ?”
- ບໍ່ມີບັນຫາຕົວຈິງທີ່ຈະຕ້ອງແກ້ໄຂ: “ຂ້ອຍຢາກຮູ້ວ່າມີຄົນອື່ນຄິດຄືຂ້ອຍບໍ່.”
- ພວກເຮົາກຳລັງຖືກຖາມຄຳຖາມປາຍເປີດແບບສົມມຸດຕິຖານ: “ຈະເປັນແນວໃດຖ້າ ______ ເກີດຂຶ້ນ?”
- ເປັນການຈົ່ມລະບາຍທີ່ປອມມາໃນຮູບແບບຄຳຖາມ: “______ ຫ່ວຍຫຼາຍ, ແມ່ນບໍ່?”
ຖ້າທ່ານຕົກຢູ່ໃນຕົວຢ່າງເຫຼົ່ານີ້ ຫຼື ຈຸດປະສົງໃນການຖາມແມ່ນ “ຂ້ອຍຢາກມີສ່ວນຮ່ວມໃນການສົນທະນາກ່ຽວກັບ ______”, ທ່ານກໍບໍ່ຄວນຖາມຢູ່ນີ້ ແຕ່ຄວນໄປຖາມໃນລາຍຊື່ຜູ້ຮັບອີເມວຂອງພວກເຮົາ. ແຕ່ຖ້າຈຸດປະສົງຂອງທ່ານແມ່ນ “ຂ້ອຍຢາກໃຫ້ຄົນອື່ນອະທິບາຍ ______ ໃຫ້ຂ້ອຍຟັງ”, ນັ້ນຖືວ່າເໝາະສົມແລ້ວ.
(ພາກສ່ວນຂ້າງເທິງນີ້ດັດແປງມາຈາກ FAQ ຂອງ Stackoverflow.)
ຍິ່ງໄປກວ່ານັ້ນ:
- ຄຳຕອບບໍ່ຄວນເພີ່ມ ຫຼື ຂະຫຍາຍຄຳຖາມ. ໃຫ້ແກ້ໄຂຄຳຖາມ ຫຼື ເພີ່ມຄຳເຫັນໃສ່ຄຳຖາມແທນ.
- ຄຳຕອບບໍ່ຄວນອອກຄຳເຫັນໃສ່ຄຳຕອບອື່ນ. ໃຫ້ຂຽນຄຳເຫັນໃສ່ຄຳຕອບນັ້ນແທນ.
- ຄຳຕອບບໍ່ຄວນພຽງແຕ່ຊີ້ໄປຫາຄຳຖາມອື່ນ. ໃຫ້ໃສ່ຄຳເຫັນໃນຄຳຖາມແທນວ່າ "ອາດຈະຊ້ຳຊ້ອນກັບ...". ເຖິງຢ່າງໃດກໍຕາມ, ສາມາດແນບລິ້ງຫາຄຳຖາມ ຫຼື ຄຳຕອບອື່ນທີ່ມີຂໍ້ມູນເພີ່ມເຕີມທີ່ກ່ຽວຂ້ອງໄດ້.
- ຄຳຕອບບໍ່ຄວນໃຫ້ພຽງແຕ່ລິ້ງແກ້ໄຂບັນຫາ. ຄວນອະທິບາຍວິທີແກ້ໄຂໃນຄຳຕອບຂອງທ່ານນຳ ເຖິງແມ່ນວ່າຈະເປັນການກັອບປີ້ມາວາງກໍຕາມ. ທ່ານສາມາດແນບລິ້ງໄດ້ ແຕ່ຄວນໃຊ້ເປັນຂໍ້ມູນເສີມ, ອ້າງອີງແຫຼ່ງທີ່ມາ ຫຼື ອ່ານເພີ່ມເຕີມ.
ຄຳຕອບບໍ່ຄວນເພີ່ມ ຫຼື ຂະຫຍາຍຄຳຖາມ. ໃຫ້ແກ້ໄຂຄຳຖາມ ຫຼື ເພີ່ມຄຳເຫັນແທນ.
ຄຳຕອບບໍ່ຄວນອອກຄຳເຫັນໃສ່ຄຳຕອບອື່ນ. ໃຫ້ຂຽນຄຳເຫັນໃສ່ຄຳຕອບນັ້ນແທນ.
ຄຳຕອບບໍ່ຄວນພຽງແຕ່ຊີ້ໄປຫາຄຳຖາມອື່ນ. ໃຫ້ໃສ່ຄຳເຫັນແທນວ່າ "ອາດຈະຊ້ຳຊ້ອນກັບ...". ເຖິງຢ່າງໃດກໍຕາມ, ສາມາດແນບລິ້ງຫາຄຳຖາມ ຫຼື ຄຳຕອບອື່ນທີ່ມີຂໍ້ມູນເພີ່ມເຕີມທີ່ກ່ຽວຂ້ອງໄດ້.
ຄຳຕອບບໍ່ຄວນໃຫ້ພຽງແຕ່ລິ້ງແກ້ໄຂບັນຫາ. ຄວນອະທິບາຍວິທີແກ້ໄຂໃນຄຳຕອບຂອງທ່ານນຳ ເຖິງແມ່ນວ່າຈະເປັນການກັອບປີ້ມາວາງກໍຕາມ. ທ່ານສາມາດແນບລິ້ງໄດ້ ແຕ່ຄວນໃຊ້ເປັນຂໍ້ມູນເສີມ, ອ້າງອີງແຫຼ່ງທີ່ມາ ຫຼື ອ່ານເພີ່ມເຕີມ.
ຄຳຕອບບໍ່ຄວນເລີ່ມການໂຕ້ວາທີ ພາກສ່ວນຖາມ-ຕອບຂອງຊຸມຊົນນີ້ບໍ່ແມ່ນກຸ່ມສົນທະນາ. ກະລຸນາຫຼີກລ່ຽງການໂຕ້ວາທີໃນຄຳຕອບຂອງທ່ານ ເພາະຈະເຮັດໃຫ້ເນື້ອຫາຫຼັກຂອງຄຳຖາມ ແລະ ຄຳຕອບຫຼຸດລົງ. ສຳລັບການສົນທະນາສັ້ນໆ ກະລຸນາໃຊ້ລະບົບການອອກຄຳເຫັນ.
ເມື່ອຄຳຖາມ ຫຼື ຄຳຕອບຖືກໂຫວດເຫັນດີ, ຜູ້ໃຊ້ທີ່ໂພສຈະໄດ້ຮັບຄະແນນ ເຊິ່ງເອີ້ນວ່າ "ຄະແນນ karma". ຄະແນນເຫຼົ່ານີ້ໃຊ້ເປັນຕົວວັດແທກຄວາມໄວ້ວາງໃຈຂອງຊຸມຊົນທີ່ມີຕໍ່ຜູ້ກ່ຽວ. ໜ້າທີ່ການດູແລລະບົບຕ່າງໆຈະຄ່ອຍໆມອບໝາຍໃຫ້ຜູ້ໃຊ້ຕາມຄະແນນເຫຼົ່ານັ້ນ.
ຕົວຢ່າງ: ຖ້າທ່ານຕັ້ງຄຳຖາມທີ່ໜ້າສົນໃຈ ຫຼື ໃຫ້ຄຳຕອບທີ່ເປັນປະໂຫຍດ, ໂພສຂອງທ່ານຈະໄດ້ຮັບຄະແນນບວກ. ໃນທາງກົງກັນຂ້າມ ຖ້າຄຳຕອບເຮັດໃຫ້ເຂົ້າໃຈຜິດ - ກໍຈະຖືກລົງຄະແນນລົບ. ແຕ່ລະຄະແນນເຫັນດີຈະໄດ້ 10 ຄະແນນ, ແຕ່ລະຄະແນນຄັດຄ້ານຈະຖືກຫັກ 2 ຄະແນນ. ສາມາດສະສົມຄະແນນສຳລັບຄຳຖາມ ຫຼື ຄຳຕອບໄດ້ສູງສຸດ 200 ຄະແນນຕໍ່ມື້. ຕາຕະລາງຢູ່ສ່ວນທ້າຍຈະອະທິບາຍກ່ຽວກັບຄະແນນຊື່ສຽງທີ່ຈຳເປັນສຳລັບໜ້າທີ່ການຄວບຄຸມກວດສອບແຕ່ລະປະເພດ.
ເປົ້າໝາຍຂອງເວັບໄຊນີ້ແມ່ນເພື່ອສ້າງຄັງຄວາມຮູ້ທີ່ກ່ຽວຂ້ອງເພື່ອຕອບຄຳຖາມຕ່າງໆກ່ຽວກັບ Odoo.
ດັ່ງນັ້ນ ຄຳຖາມ ແລະ ຄຳຕອບຈຶ່ງສາມາດດັດແກ້ໄດ້ຄືກັບໜ້າ wiki ໂດຍຜູ້ໃຊ້ທີ່ມີປະສົບການ ເພື່ອປັບປຸງຄຸນນະພາບໂດຍລວມຂອງເນື້ອຫາຄັງຄວາມຮູ້. ສິດທິພິເສດດັ່ງກ່າວຈະມອບໃຫ້ຕາມລະດັບຄະແນນ Karma ຂອງຜູ້ໃຊ້: ທ່ານຈະສາມາດເຮັດແບບດຽວກັນນີ້ໄດ້ເມື່ອມີ Karma ສູງພໍ.
ຖ້າວິທີການນີ້ບໍ່ເໝາະກັບທ່ານ, ກະລຸນາເຄົາລົບຊຸມຊົນດ້ວຍ.
ນີ້ແມ່ນຕາຕະລາງສິດທິພິເສດ ແລະ ລະດັບຄະແນນ Karma